ປະກາດຮັບຮອງເອົາບ້ານມົກໂຮງ ເມືອງຫຼາ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ພາຍຫຼັງທີ່ໄດ້ເປີດການປະເມີນບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານມົກໂຮງ ເມືອງຫຼາ ແຂວງອຸດົມໄຊໃນວັນທີ 23 ພະຈິກ 2023 ມາຮອດວັນທີ 28 ພະຈິກ 2023 ໄດ້ຈັດພິທີປະກາດຢ່າງເປັນທາງການຮັບຮອງເອົາບ້ານມົກໂຮງ ເມືອງຫຼາ ແຂວງອຸດົມໄຊເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 1 ຂອງເມືອງຫຼາ ເປັນບ້ານທີ 25 ຂອງແຂວງອຸດົມໄຊ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະໂມສອນຂອງບ້ານດັງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ສຸລີ ດວງພອນໄຊ ຄະນະປະຈຳພັກເມືອງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫຼາ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ແກ້ວວິເສດ ລູກສອນນ້ອຍ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍພັນໂທ ສົມພອນ ແສນອາລິນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງຫຼາ, ມີອົງການປົກຄອງບ້ານ, ແຂກເຊີນຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີສະຫາຍ ພັນໂທ ສີສົມພອນ ແຄວ້ນເທຍລະສິດ ຮອງຫົວໜ້າການເມືອງກອງບັນຊາການທະຫານເມືອງຫຼາໄດ້ຜ່ານບົດສະຫຼຸບການສ້າງຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ຜ່ານການລົງປະເມີນການສ້າງຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງຕາມ 6 ມາດຖານຂອງການສ້າງຄອບຄົວ ແລະ 6 ມາດຖານຂອງການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານມົກໂຮງມີພົນລະເມືອງທັງໝົດຈຳນວນ 356 ຄົນ, ຍິງ 114 ຄົນ, ມີ 57 ຫຼັງຄາເຮືອນ, ໃນນີ້ ບັນລຸຄອບຄົວປ້ອງກັນຊາດເຂັ້ມແຂງ 57 ຫຼັງຄາເຮືອນ ເທົ່າກັບ 94,16%. ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການຢັ້ງຢືນ ແລະຮັບຮອງເອົາບ້ານ ມົກໂຮງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ບ້ານທີ 1 ຂອງເມືອງຫຼາ ແລະເປັນບ້ານທີ 25 ຂອງແຂວງອຸດົມໄຊ, ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານເມືອງຫຼາ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ຈຳນວນ 57 ຄອບຄົວ.

ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງສະຫາຍ ພັນໂທ ສຸລີ ດວງພອນໄຊ ຄະນະປະຈຳພັກເມືອງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫຼາ, ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການສ້າງຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ປະຊາຊົນພາຍໃນບ້ານຮັບຮູ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜັ້ນ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານຈົ່ງພ້ອມກັນຮັກສາມູນເຊື້ອ ຮີດຄອງປະເພນີ, ຮັກສາຮີດເກົ່າຄອງເດີມຂອງບ້ານ ກໍ່ຄືຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງເພື່ອເປັນເອກະລັກຂອງບ້ານໄວ້ໃຫ້ໝັ້ນຄົງ, ປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊ່ວຍກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ.

Leave a Reply

Your email address will not be published. Required fields are marked *