ຫ້ອງວ່າການແຂວງ ເຄື່ອນໄຫວເຮັດວຽກ ແລກປ່ຽນບົດຮຽນ ຢູ່ເມືອງຫຼາ

ວັນທີ 15 ສິງຫາ ນີ້ ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວເຮັດເຮັດວຽກຢູ່ຫ້ອງວ່າການເມືອງຫຼາ ເພື່ອແລກປ່ຽນບົດຮຽນ ຊີ້ນຳ ແລະ ຊຸກຍູ້ວຽກງານຫ້ອງວ່າການໃຫ້ເມືອງຮອບດ້ານໂດຍສະເພາະ ວຽກງານພິທີການ ການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ ວຽກງານຄົ້ນຄ້ວາ-ສັງລວມ ວຽກງານກໍ່ສ້າງຮາກຖານ-ການເມືອງ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ການເຮັດວຽກຂອງຫ້ອງວ່າການມີຄວາມກ້າວໜ້າ ມີປະສິດທິພາບ ຄຸນນະພາບ ແລະ ເປັນການສ້າງຄວາມສາມັກຄີລະຫວ່າງຫ້ອງວ່າການແຂວງ ກັບ ຫ້ອງວ່າການເມືອງຫຼາ ໃນການລົງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາຄອມພີວເຕີ ຈຳນວນ 1 ຊຸດ , ພິນເຕີ ເພື່ອປະກອບເຂົ້າໃຊ້ໃນວຽກງານໃຫ້ມີຄວາມສະດວກ ແລະວ່ອງໄວ, ມອບລົດຖີບ ຈຳນວນ 3 ຄັນມອບໃຫ້ເມືອງ ເພື່ອປະມອບຕໍ່ໃຫ້ນ້ອງນັກຮຽນທີ່ຮຽນເກັງ ແຕ່ມີຄວາມຍຸ້ງຍາກຂາດເຂີນທາງຄອບ.