ປະກາດຮັບຮອງເອົາບ້ານມົກໂຮງ ເມືອງຫຼາ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ພາຍຫຼັງທີ່ໄດ້ເປີດການປະເມີນບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານມົກໂຮງ ເມືອງຫຼາ ແຂວງອຸດົມໄຊໃນວັນທີ 23 ພະຈິກ 2023 ມາຮອດວັນທີ 28 ພະຈິກ 2023 ໄດ້ຈັດພິທີປະກາດຢ່າງເປັນທາງການຮັບຮອງເອົາບ້ານມົກໂຮງ ເມືອງຫຼາ ແຂວງອຸດົມໄຊເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 1 ຂອງເມືອງຫຼາ ເປັນບ້ານທີ 25 ຂອງແຂວງອຸດົມໄຊ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະໂມສອນຂອງບ້ານດັງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ…