ຫ້ອງວ່າການແຂວງອຸດົມໄຊ ມອບອຸປະກອນກອງປະຊຸມທາງໄກ 7 ເມືອງ

ໃນລະຫວ່າງວັນທີ 22 ຫາ 30 ພະຈິກ 2023 ນີ້ ຄະນະທີມງານໄອທີຫ້ອງວ່າການແຂວງອຸດົມໄຊ ລົງມອບອຸປະກອນກອງປະຊຸມທາງໄກ ໃຫ້ບັນດາເມືອງ 7 ເມືອງ ຂອງແຂວງອຸດົມໄຊ ສຳເລັດ ໂດຍມີ:ເມືອງໄຊ, ເມືອງແບງ, ເມືອງຮຸນ,ເມືອງປາກແບງ, ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງງາ ມອບໃຫ້ບັນດາເມືອງເປັນຜູ້ຄຸ້ມຄອງນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງເມືອງເພື່ອຕອບສະໜອງວຽກງານຂອງພາກລັດ ແລະ ຫັນເປັນທັນສະໄໝໃນຕໍ່ໜ້າ, ອຸປະກອນດັ່ງກ່າວແມ່ນໄດ້ຕິດຕັ້ງໄວ້ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງຂອງແຕ່ລະເມືອງ

ພາຍຫຼັງດຳເນີນພິທີມອບ-ຮັບແລ້ວ ທີມງານໄອທີຂອງຫ້ອງວ່າການແຂວງ ຍັງໄດ້ ປະກອບຕິດຕັ້ງ ແລະ ຝຶກອົບຮົມການນຳໃຊ້ອຸປະກອນໃນການປະຊຸມທາງໄກໃຫ້ພະນັກງານເຕັກນິກທີ່ຮັບຜິດຊອບ ຂອງຫ້ອງວ່າການເມືອງແຕ່ລະເມືອງ ໃຫ້ມີຄວາມສາມາດນຳໃຊ້ອຸປະກອນດັ່ງກ່າວໄດ້