ພາບບັນຍາກາດ ບຸນກີນຈຽງ ແລະ ປະຫວັດຄວາມເປັນມາຂອງເຜົ່າອາຄາ ເຂດອາໂນ, ເມືອງຫຼາ ສະເຫຼີມສະຫຼອງ ບຸນກິນຈຽງ ຕ້ອນຮັບປີໃໝ່ 2024

ບ້ານອາໂນ

ບຸນກິນຈຽງຂອງເຜົ່າອາຄາ, ບ້ານອາໂນ, ເມືອງຫຼາ, ແຂວງອຸດົມໄຊ ໄດ້ຈັດຂຶ້ນດ້ວຍບັນຍາການຟົດຟື້້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີ ໃນວັນທີ 23 ມັງກອນ 2024 ນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ແຂກຖືກເຊີນ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາເຜົ່າ ບ້ານໃກ້ຄຽງເຂົ້າຮ່ວມ.

ທ່ານ ອາສາ ເລຂາພັກ ກຸ່ມອາໂນ ໄດ້ສະຫຼຸບຜົນງານການເຄື່ອນໄຫວຂອງອົງການປົກຄອງ, ປະຊາຊົນ ພາຍໃນບ້ານ ແລະປະຫວັດຄວາມເປັນມາຂອງ ຊົນເຜົ່າອາຄາ ເຊິ່ງມີຖີ່ນຖານເດີມຢູ່ມົນທົນຍູນານ, ສປ ຈີນມາຮອດປີ 1.800ຈຳນວນໜຶຶ່ງໄດ້ອົບພະຍົບລົງມາຮອດແຂວງລາຍເຈົ່າ, ສສຫວຽດນາມ ມາຮອດປີ 1862 ຈຶ່ງພາກັນເຄື່ອນຍ້າຍຈາກປະເທດຫວຽດນາມ ມາຕັ້ງຖີ່ນຖານບ້ານ, ເຮືອນຢູ່ເຂດຈອມວັນຢາງເຕີຍ, ເມືອງຂວາ, ແຂວງຜົ້ງສາລີ, ມາຮອດປີ 1872 ຈຶ່ງພາກັນເຄື່ອນຍ້າຍຈາກເຂດແດນເມືອງຂວາຂຶ້ນມາຕາມລຳແມ່ນໍ້າພາກມາຕັ້ງບ້ານເຮືອນຢູ່ເຂດອາໂນ ໃນປະຈຸບັນນໍາພາໂດຍພໍ່ເຖົ້າອາໂນ ເຊີ່ງເປັນລູກຊາຍກົກຂອງ ພໍ່ເຖົ້າອາແສ ຜູ້ທີ່ເປັນກົກເປັນເຫຼົ່າຂອງເຜົ່າອາຄາ ແລະ ເອີ້ນວ່າ: “ບ້ານອາໂນ” ຈົນເຖິງປັດຈຸບັນ.

ຊົນເຜົ່າອາຄາ ເຂດອາໂນມີ 5 ບ້ານຄື: ບ້ານກົກໄມ້ໃຫຍ່, ບ້ານອາຄັງ, ບ້ານລາວຫວ່າງ, ບ້ານແສນຫຼວງ ແລະ ບ້ານອາໂນປະຊາຊົນຢຶດຖືອາຊີບການປູກຝັງ-ລ້ຽງສັດ ແລະ ເກັບເຄື່ອງປ່າຂອງດົງຂາຍເປັນສິນຄ້າ ສະເລ່ຍລາຍຮັບໄດ້ 5 ຕື້ 915 ລ້ານກີບ ສະເລ່ຍໃສ່ຫົວຄົນໄດ້ 4 ລ້ານກ່ວາກີບຕໍ່ຄົນຕໍ່ປີ. ເຜົ່າອາຄາ ມີວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງເຜົ່າສືບທອດກັນມາແຕ່ດົນນານເປັນຕົ້ນແມ່ນ ບຸນກິນຈຽງຫລືບຸນປີໃໝ່,ບຸນປະເພນີຂີ່ຊິງຊາ,ປະເພນີປະຕູໂຂງບ້ານ ແລະ ຍັງມີສີລະປະວັນນະຄະດີ, ຂັບ-ລໍາ,ຮ້ອງເພງ ແລະ ອື່ນໆ.ເຜົ່າອາຄາມີປະເພນີບຸນກິນຈຽງ ຫຼືບຸນປີໃໝ່ເປັນຂອງຕົນເອງ ເຊິ່ງຈັດຂຶ້ນທຸກໆປີໃນຊ່ວງເດືອນທັນວາ ຫາ ເດືອນມັງກອນຕາມທໍາມະດາແລ້ວບຸນປີໃໝ່ຂອງເຜົ່າອາຄາຈະຈັດຂຶ້ນ3 ມື້ ເຊິ່ງເລີ່ມແຕ່ມື້ມີພິທີກຳທາງສາສະໜາ ບູຊາບັນພະບູລຸດເພາະມີຄວາມເຊື່ອວ່າການບູຊາຖວາຍຂອງເສັ້ນໄຫວ້ຈະເຮັດໃຫ້ໄດ້ຮັບໂຊກລາບ, ເສດຖະກິດ ແລະ ຜົນຜະລິດທີ່ດີຂຶ້ນໃນປີໃໝ່. ພິທີກຳຜູ້ຊາຍຈະມີການຫຼິ້ນໝາກຂ່າງ, ຜູ້ສາວກໍ່ພາກັນນຸ່ງເຄື່ອງໃນຊຸດຊົນເຜົ່າຂອງຕົນຢ່າງຈົບງາມ, ກິນເຂົ້າສາມັກຄີຊຸມແຊວກັນໃນແຕ່ລະຄອບຄົວ ດ້ວຍຄວາມເບີກບານມ່ວນຊື່ນ, ຕ້ອນຮັບແຂກມາຢ້ຽມຢາມ ໂດຍການຈັດພາເຂົ້າສາມັກຄີອາຫານສ່ວນຫຼາຍແມ່ນລາບຊີ້ນຄວາຍ, ແກງຜັກກາດ, ລວກຜັກ-ແຈ່ວໝາກກອກ, ແຈ່ວໝາກແຂ່ນ ແລະເຫຼົ້າ ແລະຂາດບໍ່ໄດ້ກໍແມ່ນເຂົ້າປາປານອກນັ້ນ, ກໍ່ມີການຄົບງັນມ່ວນຊື່ນສະແດງສິລະປະເຜົ່າອາຄາທີ່ຫຼາກຫຼາຍໃຫ້ຊົມ ເພື່ອສະເຫຼີມສະຫຼອງງານບຸນຢ່າງຟົດຟື້ນ.